ທ່ານສາມາດຮູ້ ຂໍ້ມູນຂ່າວສານໃໝ່ໆກ່ຽວກັບການລົງທຶນຕ່າງໆ ຢູພາຍໃນ ແຂວງສະຫວັນນະເຂດ, ມູນຄ່າຂອງການລົງທຶນ ແລະ ຂະແໜງການ ເພື່ອເປັນການຕັດສິນໃຈໃນການລົງທຶນຢູ່ແຂວງສະຫວັນນະເຂດ.
ເພີ່ມເຕີມໄດ້ຈາກນີ້ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ຍັງສືບຕໍ່ມີທ່າອ່ຽງດີເພີ່ມຂຶ້ນ.
ຂັ້ນຕອນໃນການລົງທຶ່ນ ແລະ ນະໂຍບາຍສົ່ງເສີມການລົງທຶນຕ່າງໆ.
ວັນຈັນ - ວັນສຸກ: 10.00 ໂມງ - 16.00 ໂມງ
ຍົກເວັ້ນ ວັນເສົາ ວັນອາທິດ ແລະ ວັນພັກລັດທາງລັດຖະການ
ແຂວງສະຫວັນນະເຂດມີເນື້ອທີ່ປ່າທັງໝົດ 61,05% ຂອງເນື້ອທີ່ທັງໝົດ, ເຊິ່ງປະດອບດ້ວຍປ່າດົງດິບ, ປ່າໂຄກ ແລະ ປ່າສະຫງວນແຫ່ງຊາດ 3ແຫ່ງຄື: ປ່າສະຫງວນແຫ່ງຊາດພູຊ້າງແຫ່, ປ່າສະຫງວນແຫ່ງຊາດດົງພູວຽງ ແລະ ປ່າສະຫງວນແຫ່ງຊາດເຊບັ້ງນວນ ເຊິ່ງສ່ວນໜຶ່ງຮວມເຂົ້າກັບແຂວງສາລະວັນ. ປ່າເຫຼົ່ານີ້ອຸດົມສົມບູນໄປດ້ວຍພືດພັນສັດປ່າ ແລະ ຊີວະນາໆພັນ. ມີສາຍນ້ຳທີ່ສຳຄັນຫຼາຍສາຍເຊັ່ນ: ເຊບັ້ງໄຟ (239 ກມ), ເຊິ່ງເປັນຊາຍແດນຕິດກັບ ແຂວງຄຳມ່ວນ, ເຊບັ້ງຫຽງ (339 ກມ) ແລະ ມີສາຂາສາຍສຳຄັນຄື: ເຊໂປນ, ເຊລະນອງ, ເຊຈຳພອນ, ເຊຊັງຊອຍ ແລະ ເຊບັ້ງນວນ.
ຂະແໜງອຸດສາຫະກໍາຂອງແຂວງສະຫວັນນະເຂດ ມີລະດັບການຂະຫຍາຍຕົວສູງກວ່າໝູ່ ເປັນຕົ້ນຕໍແມ່ນອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາກໍ່ສ້າງ, ອຸດສາຫະກໍາບໍ່ແຮ່ ແລະ ຂຸດຄົ້ນ ແລະ ອຸດສາຫະກໍາ ໄຟຟ້າ.ຜະລິດຕະພັນທີ່ສຳຄັນຂອງຂະແໜງອຸດສາຫະກໍາ ແມ່ນຜະລິດຕະພັນອີເລັກໂຕນິກ, ເຄື່ອງຈັກ, ອຸປະກອນສື່ສານ,
ຜະລິດຕະພັນເຄື່ອງດື່ມ, ຢາສູບ, ແລະ ສຳລັບອຸດສາຫະກໍາປຸງແຕ່ງ ໃນປີ 2018 ໄດ້ສົ່ງອອກຜະລິດຕະພັນໃຫມ່ 2 ລາຍການ ຄື: ເຈ້ຍມ້ວນ ແລະ ຢາງພາລາ.
ຂະແໜງອຸດສາຫະກໍາກວມ 36,19% ຂອງເສດຖະກິດແຂວງສະຫວັນນະເຂດ,
ອັດຕາການເຕີບໂຕປະມານ 12,50%, ໂດຍສະເພາະການຂະຫຍາຍຕົວຂອງ ພາກສ່ວນອຸດສາຫະກຳປຸງແຕ່ງ, ອຸດສາຫະກຳກໍ່ສ້າງ, ບໍ່ແຮ່ ແລະ ການຂຸດຄົ້ນເຫັນວ່າໄວສົມຄວນ.
ເຂດເສດຖະກິດພິເສດ ສະຫວັນເຊໂນ (ຂສສຊ) ສ້າງຕັ້ງຂຶ້ນໃນປີ 2002, ຕັ້ງຢູ່ລຽບຕາມເສັ້ນທາງ ເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ເສັ້ນທາງຫລວງແຫ່ງຊາດ, ເປັນເຂດທີ່ມີນະໂຍບາຍສົ່ງເສີມການລົງທຶນສະເພາະ ແລະ ມີການພັດທະນາໂຄ່ງລາງພື້ນຖານ ເຊັ່ນ ໄຟຟ້າ ນໍ້າປະປາ ບ່ອນບໍາບັດນໍ້າເສຍ ແລະ ອື່ນໆ.
ລາຍລະອຽດ
ແຂວງສະຫວັນນະເຂດເປັນແຂວງທີ່ມີເນື່ອທີໃນເຮັດກະສິກໍາທີ່ກ້ວາງຂວາງ ສາມາດປູກພືດຜັກອິນຊີປ້ອນຕະຫຼາດພາຍໃນ, ປູກເຂົ້າຈ້າວ ທີ່ຕະຫຼາດຕ່າງປະເທດຕ້ອງການ, ປູກພືດອຸດສາຫະກໍາອາຍຸສັ້ນ, ການລ້ຽງສັດແບບເປັນຟາມ, ການປູກໄມ້ໃຫຍ່ໄວ ແລະ ການປູກພືດເພື່ອປ້ອນໂຮງງານປຸງແຕ່ງ.
ຂະແໜງກະສິກໍາກວມ 29,21% ຂອງເສດຖະກິດແຂວງສະຫວັນນະເຂດ, ອັດຕາການເຕີບໂຕປະມານ 4,57%. ພົ້ນເດັ່ນກວ່າຫມູ່ແມ່ນ ການຜະລິດເຂົ້າ ແລະ ການລ້ຽງສັດໃຫຍ່.
ໃນຂະແໜງບໍລິການຈະປະກອບດ້ວຍ ການບໍລິການດ້ານການເງິນ-ສິນເຊື່ອ ແລະ ປະກັນໄພ, ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ສ້ອມແປງ, ແລະ ການທ່ອງທ່ຽວ. ໂດຍສະເພາະການທ່ອງທ່ຽວພາຍໃນແຂວງສະຫວັນນະເຂດ ມີແຫຼ່ງທ່ອງທ່ຽວທີ່ເປັນ ແຫຼ່ງທ່ອງທ່ຽວທາງວັດທະນະທຳ ແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ.
ຂະແໜງການບໍລິການກວມ 34,60% ຂອງເສດຖະກິດແຂວງສະຫວັນນະເຂດ, ອັດຕາການເຕີບໂຕ 10,18%. ພົ້ນເດັ່ນກວ່າໝູ່ ແມ່ນ ການໃຫ້ບໍລິການດ້ານສິນເຊື່ອ ແລະ ປະກັນໄພ ແລະ ການຄ້າຂາຍຍົກ-ຂາຍຍ່ອຍ.
ການສ້າງເຂດອະນຸລັກໂອງ-ມັ່ງ ໂດຍການມີສ່ວນຮ່ວມຂອງປະຊາຊົນ ພາຍໄຕ້ການສະໜັບສະໜູນ ຈາກ WCS, WWF, UNDP/GEF ເລີ່ມຕັ້ງແຕ່ປີ 2002 ໃນຂອບເຂດເນື້ອທີ 93 ພັນ ເຮັກຕາ ເຊິ່ງປັດຈຸບັນໄດ້ເພີ່ມເປັນ 1 ແສນ 3 ໝື່ນ ເຮັກຕາ ກວມເອົາ 28 ບ້ານ.
ຍົກເຂດອະນຸລັກໂອງ-ມັ່ງ ໃຫ້ເປັນ ໂຕແບບລະດັບຊາດ ໃນການຄຸ້ມຄອງ ແບບມີສ່ວນຮ່ວມ ຂອງຊຸມຊົນ ໃນການປົກປັກຮັກສາປ່າ, ໃຫ້ເປັນ ປ່າສະຫງວນ ແຫ່ງຊາດ ແລະ ເປັນ “ອຸທະຍານແຫ່ງຊາດ ປ່າໂຄກ” ເພື່ອປົກປັກຮັກສາປ່າໂຄກທີ່ເຫຼືອຢູ່ ໃນ ສປປ ລາວ.
ໄດ້ຮັບທຶນການຊ່ວຍເຫຼືອຈາກ UNDP ໃນໂຄງການຄຸ້ມຄ້ອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ໃນລະບົບນິເວດ ປ່າໂຄກ ພາກໃຕ້ ສປປ ລາວ, ເປັນບ່ອນ ເພື່ອກະຈາຍຂໍ້ມູນຂ່າວສານ ບ່ອນສຶກສາ ຮຽນຮູ້ ກ່ຽວກັບ ປ່າໂຄກ ກໍ່ຄື່ ໂອງ-ມັ່ງ.
ສັດປ່າ ແລະ ສີ້ນສ່ວນສັດປ່າ ທີ່ຜິດກົດໝາຍ ຂອງ ສປປ ລາວ ແລະ ສີນທິສັນຍາສາກົນ CITES.