ນະໂຍບາຍສົ່ງເສີມການລົງທຶນ
ນະໂຍບາຍຍົກເວັ້ນອາກອນກຳໄລ :
- ເຂດທີ 01 : ໄດ້ຮັບການຍົກເວັ້ນໃນໄລຍະ 10 ປີ, ຖ້າເປັນກິດຈະການສົ່ງເສີມຈະໄດ້ຮັບການຍົກເວັ້ນອາກອນກຳໄລ ຕື່ມອີກ 05 ປີ.
- ເຂດທີ 02 : ໄດ້ຮັບການຍົກເວັ້ນໃນໄລຍະ 04 ປີ, ຖ້າເປັນກິດຈະການສົ່ງເສີມຈະໄດ້ຮັບການຍົກເວັ້ນອາກອນກຳໄລ ຕື່ມອີກ 03 ປີ.
ນະໂຍບາຍຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ :
- ການນຳເຂົ້າວັດຖຸປະກອນ ທີ່ບໍ່ສາມາດສະໜອງ ຫລື ຜະລິດໄດ້ໃນ ສປປ ລາວ ເພື່ອສ້າງເປັນຊັບສົມບັດຄົງທີ່ ແລະ ພາຫະນະກົນຈັກຮັບໃຊ້ການຜະລິດທາງກົງ ຈະໄດ້ຮັບການຍົກ ເວັ້ນພາສີ ແລະ ເສຍອາກອນມູນຄ່າເພີ່ມໃນອັດຕາ 0%. ສ່ວນການນໍາເຂົ້ານ້ໍາມັນເຊື້ອໄຟ,
ອາຍແກັດ, ນໍ້າມັນຫຼໍ່ລື້ນ, ພາຫະນະຮັບໃຊ້ບໍລິຫານ ແລະ ວັດຖຸປະກອນອື່ນ ແມ່ນປະຕິບັດຕາມກົດ ໝາຍອື່ນທີ່ກ່ຽວຂ້ອງ.
- ການນໍາເຂົ້າວັດຖຸດິບ, ວັດຖຸປະກອນ ແລະ ສິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດເພື່ອສົ່ງອອກ ຈະໄດ້ງົດເກັບພາສີໃນເວລານໍາເຂົ້າ ແລະ ຍົກເວັ້ນພາສີໃນເວລາສົ່ງອອກ ແລະ ເສຍອາກອນມູນຄ່າເພີ່ມໃນອັດຕາ 0%.
- ການນໍາໃຊ້ວັດຖຸດິບພາຍໃນ ທີ່ບໍ່ແມ່ນຊັບພະຍາກອນທຳມະຊາດ ເພື່ອຜະລິດເປັນຜະລິດຕະພັນສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ເພື່ອສົ່ງອອກ ໃຫ້ເສຍອາກອນມູນຄ່າເພີ່ມໃນອັັດຕາ 0%.
ນະໂຍບາຍຍົກເວັ້ນການເກັບຄ່າເຊົ່າ ຫຼື ຄ່າສຳປະທານທີ່ດິນຂອງລັດ :
- ເຂດທີ 01 : ໄດ້ຮັບການຍົກເວັ້ນໃນໄລຍະ 10 ປີ, ຖ້າເປັນກິດຈະການສົ່ງເສີມຈະໄດ້ຮັບການຍົກເວັ້ນ ຕື່ມອີກ 05 ປີ.
- ເຂດທີ 02 : ໄດ້ຮັບການຍົກເວັ້ນໃນໄລຍະ 05 ປີ, ຖ້າເປັນກິດຈະການສົ່ງເສີມຈະໄດ້ຮັບການຍົກເວັ້ນ ຕື່ມອີກ 03 ປີ.