ຂັ້ນຕອນການຂໍລົງທຶນ
ແຜນວາດ ຂະແໜງການສະເໜີຂໍອະນຸຍາດລົງທຶນ ຢູ່ແຂວງສະຫວັນນະເຂດ
- ຫ້ອງການບໍລິການລົງທຶນປະຕູດຽວ: ໃຫ້ບໍລິການຂໍອະນຸຍາດລົງທຶນສຳລັບການສະເໜີຂໍລົງທຶນໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ ນອກເຂດເສດຖະກິດພິເສດ.
- ໜ່ວຍງານບໍລິການປະຕູດຽວ ຂສສຊ: ໃຫ້ບໍລິການຂໍອະນຸຍາດລົງທຶນສຳລັບການສະເໜີຂໍລົງທຶນພາຍໃນເຂດເສດຖະກິດພິເສດ.
ສຳລັບຫ້ອງການບໍລິການລົງທຶນປະຕູດຽວ (ສຳລັບການລົງທຶນນອກເຂດເສດຖະກິດພິເສດ) ພາຍຫຼັງໄດ້ຮັບຊຸດເອກະສານຄຳຮ້ອງຂໍອະນຸຍາດລົງທຶນຈາກນັກລົງທຶນແລ້ວ, ຫ້ອງການດັ່ງກ່າວ ເປັນໃຈກາງປະສານຫາ:
- ພະແນກອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາອອກໃບທະບຽນວິສາຫະກິດ;
- ຂະແໜງການວິຊາການກ່ຽວຂ້ອງ ເພື່ອພິຈາລະນາອອກໃບອະນຸຍາດດຳເນີນກິດຈະການ, ເປັນຕົ້ນ:
- ກິດຈະການດ້ານອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງ ປະສານຫາພະແນກອຸດສາຫະກຳ ແລະ ການຄ້າ;
- ກິດຈະການດ້ານກະສິກຳ ແລະ ປ່າໄມ້ ປະສານຫາພະແນກກະສິກຳ ແລະ ປ່າໄມ້;
- ກິດຈະການດ້ານກໍ່ສ້າງເຄຫາສະຖານ, ສຳຫຼວດອອກແບບ, ທີ່ປຶກສາການກໍ່ສ້າງເຄຫາສະຖານ ປະສານຫາພະແນກໂຍທາທິການ ແລະ ຂົນສົ່ງ.
- ພະແນກໂຍທາທິການ ແລະ ຂົນສົ່ງ ເພື່ອພິຈາລະນາອອກໃບອະນຸຍາດປຸກສ້າງ (ຖ້າເປັນກິດຈະການທີ່ຕ້ອງໄດ້ປຸກສ້າງໂຮງງານ);
- ພະແນກອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາອອກ ໃບຢັ້ງຢືນດຳເນີນກິດຈະການໂຮງງານ (ກິດຈະການປະເພດໂຮງງານ);
- ຈາກນັ້ນ, ຈຶ່ງປະສານຫາ ປກສ ແຂວງ ເພື່ອຄວັດຕາປະທັບ ໃຫ້ຫົວໜ່ວຍທຸລະກິດໃຫ້.
ສຳລັບແບບຟອມແມ່ນສາມາດດາວໂຫຼດໄດ້ຈາກ http://investlaos.gov.la
ຕາຕະລາງ 1: ກິດຈະການຄວບຄຸມ ແລະ ກິດຈະການສຳປະທານ (ທີ່ບໍ່ສັບຊ້ອນ ແລະ ບໍ່ມີຄວາມສ່ຽງດ້ານສິ່ງແວດລ້ອມ)
ລາຍລະອຽດ ເປັນ PDF.
ຕາຕະລາງ 2: ກິດຈະການອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງ
ລາຍລະອຽດ ເປັນ PDF.
ຕາຕະລາງ 3: ກິດຈະການກະສິກຳ ແລະ ປ່າໄມ້
ລາຍລະອຽດ ເປັນ PDF.
ຕາຕະລາງ 4: ກິດຈະການກໍ່ສ້າງເຄຫາສະຖານ, ສຳຫຼວດ-ອອກແບບ, ທີ່ປຶກສາການກໍ່ສ້າງເຄຫາສາສະຖານ
ລາຍລະອຽດ ເປັນ PDF.