ທ່າແຮງຂອງ ນະຄອນໄກສອນພົມວິຫານ
ສະພາບລວມ
ນະຄອນໄກສອນພົມວິຫານແມ່ນເມືອງເທດສະບານຂອງແຂວງ ມີເນື້ອທີ່ທັງໝົດ 779,03 ກິໂລຕາແມັດ ຊຶ່ງກວມເອົາ 3,57% ຂອງເນື້ອທີ່ທົ່ວແຂວງ, ເປັນທົ່ງພຽງລຽບຕາມແມ່ນ້ຳຂອງ, ມີຊາຍແດນຕິດຈອດກັບ 04 ເມືອງ ຄື: ເມືອງໄຊບູລີ, ເມືອງອຸທຸມພອນ, ເມືອງໄຊພູທອງ ແລະ ແຂວງມຸກດາຫານ ປະເທດໄທ.
ໃນປີ 2019, ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 2.867,62 ຕື້ກີບ, ທຽບໃສ່ປີ 2014 ເພີ່ມຂຶ້ນ 1.243,4 ຕື້ກີບ, ປະຕິບັດໄດ້ 92,14% ຂອງແຜນການ (ແຜນການ 3.112,091 ຕື້ກີບ), ດ້ວຍອັດຕາການຂະຫຍາຍຕົວ 9,05%, ໃນນັ້ນ:
- ຂະແໜງກະສິກໍາ ກວມ 13,40% ຂອງ GDP.
- ຂະແໜງອຸດສາຫະກໍາ ກວມ 58,73% ຂອງ GDP.
- ຂະແໜງການບໍລິການ ກວມ 27,87% ຂອງ GDP.
GDP ສະເລ່ຍໃສ່ຫົວຄົນໄດ້ 21,42 ລ້ານກີບ ຫຼື ເທົ່າກັບ 2.550 ໂດລາສະຫະລັດຕໍ່ປີ, ທຽບໃສ່ປີ 2014 ເພີ່ມຂື້ນ 923 ໂດລາສະຫະລັດ.
1. ດ້ານກະສິກໍາ-ປ່າໄມ້:
- ການຜະລິດເຂົ້າ ໃນປີ 2019 ນະຄອນພວກເຮົາສາມາດຜະລິດເຂົ້າໄດ້ທັງໝົດ 51.605,85 ໂຕນ ທຽບໃສ່ປີ 2014 ຫຼຸດລົງ 11,12% ໃນເນື້ອທີ່ເກັບກ່ຽວເຂົ້າທັງໝົດ 14.449,53 ເຮັກຕາ. ໃນນັ້ນ: ນາແຊງຜະລິດໄດ້ 1.315,6 ໂຕນ, ສະເລ່ຍສະມັດຕະພາບ 5,2 ໂຕນ/ເຮັກຕາ, ໃນເນື້ອທີ່ 253 ເຮັກຕາ, ນາປີຜະລິດໄດ້ 50.290,5 ໂຕນ, ສະມັດຕະພາບ 3,53 ໂຕນ/ເຮັກຕາ.
- ການປູກພືດເປັນສິນຄ້າຕົ້ນຕໍພາຍໃນນະຄອນແມ່ນເລັ່ງໃສ່ການປູກປະເພດພືດຜັກກິນໃບ, ໝາກຖົ່ວຍາວ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກໂມ, ໝາກຫຸ່ງ, ໝາກເລັ່ນ, ສາລີຫວານ, ມັນເພົາ, ຖົ່ວດິນ ເປັນຕົ້ນ.
- ສ່ວນການງານລ້ຽງສັດ ແລະ ການປະມົງແມ່ນເລັ່ງໃສ່ການລ້ຽງຄວາຍ, ງົວ, ໝູ, ແບ້, ສັດປີກ ແລະ ປາກະຊັງ ເປັນຫຼັກ.
- ທົ່ວນະຄອນມີລະບົບຊົນລະປະທານ 12 ແຫ່ງ, ໃນນັ້ນ; ມີຈັກດູດນ້ຳດ້ວຍໄຟຟ້າ 4 ແຫ່ງ, ອ່າງເກັບນ້ຳ 5 ແຫ່ງ, ປະຕູນ້ຳ 2 ແຫ່ງ, ຍັງສາມາດສະໜອງນ້ຳໄດ້ 4 ແຫ່ງ, ໃນນັ້ນ; ສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງໄດ້ 330 ເຮັກຕາ, ສະໜອງແກ່ການປູກເຂົ້າ 253 ເຮັກຕາ, ພືດອື່ນໆ 97 ເຮັກຕາ.
- ທົ່ວນະຄອນມີປ່າສະຫງວນ 01 ແຫ່ງ, ເນື້ອທີ່ 6.504 ເຮັກຕາ. ເນື້ອທີ່ໄມ້ອຸດສາຫະກຳ 695,37 ເຮັກຕາ (ຢາງພາລາ, ໄມ້ວິກ ແລະ ໄມ້ກະຖິນນະລົງ).
2. ດ້ານອຸດສາຫະກໍາ-ການຄ້າ:
ໃນໄລຍະ 5 ປີຜ່ານມາ, ທົ່ວນະຄອນມີໂຮງງານອຸດສະຫະກໍາປຸງແຕ່ງ-ຫັດຖະກໍາທັງໝົດ 543 ແຫ່ງ, ໃນນັ້ນ: ມີໂຮງງານຂະໜາດໃຫຍ່ 24 ແຫ່ງ, ຂະໜາດກາງ 50 ແຫ່ງ, ຂະໜາດນ້ອຍ 78 ແຫ່ງ ແລະ ກິດຈະການຂະໜາດນ້ອຍແບບຄອບຄົວ 391 ແຫ່ງ. ຫົວໜ່ວຍວິສາຫະກິດມີ 2.185 ຫົວໜ່ວຍ.
3. ດ້ານໂຍທາທິການ-ຂົນສົ່ງ:
ທົ່ວນະຄອນມີເສັ້ນທາງທັງໝົດ 297 ເສັ້ນ, ຍາວ 685.985 ແມັດ, ມີເສັ້ນທາງຫຼວງແຫ່ງຊາດຜ່ານນະຄອນ 4 ເສັ້ນ, ຍາວ 95.000 ແມັດ, ທາງປູອັດສະພານ 24.000 ແມັດ, ປູຢາງ 51.000 ແມັດ. ໃນຕົວນະຄອນມີເສັ້ນທາງ 223 ເສັ້ນ, ຍາວ 263.625 ແມັດ, ໃນນັ້ນ: ມີທາງເບຕົງ 37 ເສັ້ນ, ຍາວ 40.820 ແມັດ, ເສັ້ນທາງປູຢາງ 57 ເສັ້ນ, ຍາວ 54.275 ແມັດ, ເສັ້ນທາງດິນແດງ 79 ເສັ້ນ ຍາວ 116.240 ແມັດ ເສັ້ນທາງທຳມະຊາດ 25 ເສັ້ນ, ຍາວ 29.500 ແມັດ.
4. ດ້ານການທ່ອງທ່ຽວ:
ທົ່ວເມືອງມີແຫຼ່ງທ່ອງທ່ຽວ 17 ແຫ່ງ, ໃນນັ້ນ: ແຫຼ່ງທ່ອງທ່ຽວທາງທຳມະຊາດ 08 ແຫ່ງ (ທຳມະຊາດ ດົງນາຕາດ-ໜອງລົ່ມ, ບຶງວະ, ໜອງເຕົ່າ, ໜອງບົວ, ໜອງໂກ່ມ, ຝາຍຫ້ວຍແຮ່ນາຈະຫຼີດ, ບໍ່ເກືອເກົ່າ ບໍ່ເກືອໃໝ່ນາເຕີຍ, ປ່າໄມ້ຂະຍຸງບ້ານທາດອີງຮັງ), ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ 03 ແຫ່ງ (ພະທາດອີງຮັງ, ຖ້ຳພະບ້ານບຶງທະເລ, ບັນດາວັດວາອາຮາມໃນຕົວເມືອງ), ແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ 06 ແຫ່ງ (ເຂດທ່ອງທ່ຽວເຮືອນເກົ່າໃນຕົວນະຄອນ, ຫໍພິພິດຕະພັນໄດໂນເສົາ, ອະນຸສາວະລີບັນດາຜູ້ນຳປະຕິວັດ, ຂົວມິດຕະພາບ 2, ຫໍພິພິດຕະພັນມູນເຊື້ອປະຫວັດສາດການຕໍ່ສູ້, ປະຫວັດຕົວເມືອງເກົ່າບ້ານໂພນສິມ).
5. ດ້ານແຮງງານ (ປີ 2019):
ປະເພດການນຳໃຊ້ດິນພາຍໃນເມືອງ

ບັນຊີຮຽກການລົງທຶນເອກະຊົນ
- ໂຄງການ ສົ່ງເສີມປູກຜັກອິນຊີເປັນສິນຄ້າ.
- ໂຄງການ ຂະຫຍາຍພັນສັດລ້ຽງ, ໄກ່ລາດ, ງົວ, ຄວາຍ, ໝູ.
- ໂຄງການ ຟາມລ້ຽງງົວນົມໜອງລົ່ມ ແລະ ແຄັມປີ້ງ.
- ໂຄງການ ສົ່ງເສີມຜະລິດເຂົ້າກ້ອງ, ເຂົ້າກ່ຳ ແລະ ເຂົ້າຫຼາມ.
- ໂຄງການ ສົ່ງເສີມຜະລິດພັນທູບ ແລະ ທຽນເຜິ້ງທຳມະຊາດ.
- ໂຄງການ ສົ່ງເສີມປຸງແຕ່ງຜະລິດຕະພັນຊີ້ນ ແລະ ໝ້ຳສະຫວັນ.
- ໂຄງການ ສົ່ງເສີມການຫັດຖະກຳຕ່ຳແຜ່ນແພ, ຜ້າຝ້າຍລາວ.
- ໂຄງການ ສົ່ງເສີມຊຸກຍູ້ການຕີເຫຼັກ (ມີດ, ພ້າ, ຈົກ, ສຽມ).
- ໂຄງການ ສົ່ງເສີມຊຸກຍູ້ຜະລິດຕະພັນເຕົາປະຫຍັດ.
- ໂຄງການ ສົ່ງເສີມຜະລິດຕະພັນນ້ຳເຜິ້ງລ້ຽງ-ນ້ຳເຜິ້ງສົດ ແລະ ຜະລິດຕະພັນສະໝູນໄພທຳມະຊາດ.
- ໂຄງການ ຮັບບໍລິການຂີ້ເຫຍື້ອ ບ້ານຊອກແຫ່ງໃໝ່ຄຽງຄູ່ກັບການອະນາໄມຕົບແຕ່ງ ແລະ ການຈັດການຂົນສົ່ງ ຂີ້ເຫຍື້ອໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງດ້ວຍຮູບແບບສຳປະທານຮ່ວມພັດທະນາ.
- ໂຄງການ ສໍາປະທານອາຄານກໍ່ສ້າງຢູ່ດອນກາງສວນສາທາລະນະ ຕໍ່ໜ້າຫໍວັດທະນະທໍາປະທານ ໄກສອນພົມວິຫານ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວດົງນາຕາດ-ໜອງລົ່ມ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວຕົວເມືອງເກົ່າເຮືອນຝຣັ່ງ ນະຄອນໄກສອນພົມວິຫານ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວບຶງວະ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວໜອງບົວ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວເຂດຕົວເມືອງເກົ່າໂພນສິມ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວໜອງເຕົ່າ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວຖໍ້າພຣະ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວຖໍ້າເຈຍ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວຝາຍຫ້ວຍແຮ່ນາຈະຫຼິດ.
- ໂຄງການ ພັດທະນາແຫຼ່ງທ່ອງທ່ຽວປ່າໄມ້ຂະຫຍຸງ.
- ໂຄງການ ສົ່ງເສີມ ເທດສະການງານບຸນປະເພນີ, ບຸນປີໃໝ່ລາວ, ອອກພັນສາ, ງານບຸນພະທາດອີງຮັງ ແລະ ງານບຸນຕ່າງໆ.
- ໂຄງການ ສຳປະທານກິດຈະການກໍ່ສ້າງເຮືອນວັດທະນະທຳຊົນເຜົ່າ (ລາວ, ຜູ້ໄທ, ບຣູ), ຈັດສັນຕະຫຼາດ ແລະ ປັບປຸງນ້ຳສ້າງໝູ ຢູ່ຂອບເຂດທີ່ຄະນະກຳມະການກຳນົດໄວ້ ໃນທີ່ດິນວັດທະນະທຳ ບໍລິເວນພະທາດອີງຮັງ.